ສະບາຍດີ... ຍິນດີຕ້ອນຮັບເຂົ້າສູ່
ພວກເຮົາທຸ້ມເທເພື່ອສະໜອງການ ບໍລິການປິ່ນປົວບັນຫາມີລູກຍາກ ທີ່ມີມາດຕະຖານສູງ ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ເຕັກນິກການປິ່ນປົວທີ່ມີປະສິດທິພາບ ເພື່ອນຳຄວາມຫວັງໃໝ່ຂອງຄູ່ຮັກທີ່ມີລູກຍາກ ໃຫ້ກາຍເປັນພໍ່-ແມ່ ແລະ ລູກຮັກ ພ້ອມຄອບຄົວທີ່ອົບອຸ່ນ.
ພະແນກ IVF, ໂຮງໝໍແມ່ ແລະ ເດັກເກີດໃໝ່
ເປັນໜື່ງໃນຂະແໜງການ ພາຍໃຕ້ການຊີ້ນຳ-ນຳພາຂອງ ໂຮງໝໍແມ່ ແລະ ເດັກເກີດໃໝ່ ໂດຍມີພາລະກິດເພື່ອໜອງການບໍລິການປິ່ນປົວ ແລະ ໃຫ້ຄຳປຶກສາພາວະມີລູກຍາກ ໃຫ້ແກ່ປະຊາຊົນບັນດາເຜົ່າ ຫຼື ຄູ່ຮັກທີ່ຢາກມີລູກ. ທີມງານພວກເຮົາໄດ້ຮັບການຮຽນຮູ້ ແລະ ເຝິກຝົນຕາມຫຼັກການວິທະຍາສາດໃນຂະແໜງການສະເພາະທາງ ຄວບຄູ່ກັບ ການນຳໃຊ້ນະວັດຕະກຳທີ່ທັນສະໄໝເພື່ອຊ່ວຍໃນການວິ້ເຄາະ, ກວດສຸຂະາພບ ແລະ ໃຫ້ການປິ່ນປົວທີ່ຖືກຕ້ອງ. ທີມງານຂອງພວກເຮົາປະກອບດ້ວຍທ່ານໝໍ ແລະ ຜູ້ຊ່ຽວຊານທີ່ມີປະສົບການສູງ ທີ່ມຸ່ງໝັ້ນໃຫ້ການບໍລິການທ່ານ ດ້ວຍຄວາມເຂົ້າໃຈ ແລະ ຄວາມອົບອຸ່ນຕະຫຼອດເວລາ.
ບໍລິການທີ່ຫຼາກຫຼາຍເພື່ອຕອບສະໜອງຄວາມຕ້ອງການໃນການຈະເລີນພັນຂອງທ່ານ.
ນຳໃຊ້ເຕັກນິກທີ່ທັນສະໄໝ ແລະ ຫ້ອງປະຕິບັດການທີ່ໄດ້ມາດຕະຖານສາກົນ ເພື່ອເພີ່ມໂອກາດສູງ ໃນການຖືພາໃຫ້ແກ່ຄູ່ຮັກ.
ຊ່ວຍແກ້ໄຂບັນຫາການເຄື່ອນຕົວຂອງເຊື້ອອະສຸຈິ, ຊ່ວຍໃຫ້ການປະສົມພັນເກີດຂຶ້ນຢ່າງມີປະສິດທິພາບ ແລະ ບັນລຸຄາດໝາຍ.
ຫ້ອງເກັບຮັກສາທີ່ມີມາດຕະຖານ ແລະ ຄວາມປອດໄພສູງ ເພື່ອຖະໜອມໄຂ່/ເຊື້ອອະສຸຈິ ໃຫ້ພ້ອມປະສົມພັນໃນອະນາຄົດ.
ພວກເຮົາພ້ອມແລ້ວທີ່ຈະສະໜອງການບໍລິການດ້ວຍຈັນຍາບັນ ແລະ ຄວາມອົບອຸ່ນໃຫ້ແກ່ທ່ານ.
ຫົວໜ້າພະແນກ ປິ່ນປົວມີລູກຍາກ
ຮອງພະແນກ ປິ່ນປົວມີລູກຍາກ
ຫົວໜ້າໜ່ວຍງານ ພະຍາບານ
ຫົວໜ້າໜ່ວຍງານ ວິເຄາະ ແລະ ຫ້ອງເກັບຮັກສາ